ກ່ຽວກັບບໍລິສັດ

MC Employment Service Sole Co.,Ltd

ບໍລິສັດ ເອັມຊີ ບໍລິການຈັດຫາງານ ຈຳກັດຜູ້ດຽວ

ສ້າງຕັ້ງ
ວັນທີ 25 ເດືອນ 2 ປີ 2019
ປະທານບໍລິສັດ
ທ່ານນາງ ສົມຈິດ ສຸວັນນະຈັກ
ທີ່ຕັ້ງ
ບ້ານໂພນທັນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ
ເບີໂທ
(856 20) 5598 7892, (856 20) 2992 2287
ຫ້ອງການ
(+856) 021 416 420

ຈຸດປະສົງ

ເປົ້າໝາຍຂອງບໍລິສັດ

ບໍລິສັດພວກເຮົາມີນະໂຍບາຍທີ່ຊັດເຈນໃນການໃຫ້ບໍລິການຈັດຫາງານທັງພາຍໃນ ແລະ ຕ່າງປະເທດ ເພື່ອເຮັດໃຫ້ແຮງງານລາວມີລາຍໄດ້ ແລະ ມີອາຊີບທີ່ໝັ້ນຄົງ. ນອກຈາກນັ້ນ, ຜູ້ໃຊ້ແຮງງານກໍຍັງໄດ້ພະນັກງານທີ່ມີປະສົບການ ແລະ ມີຄຸນນະພາບຕາມເງື່ອນໄຂທີ່ຕ້ອງການ. ການໃຫ້ຄໍາປຶກສາແກ່ແຮງງານລາວທຸກຄົນກ່ອນ ແລະ ຫລັງຈາກການເດີນທາງ. ບໍລິສັດພວກເຮົາເປັນບໍລິສັດທີ່ໄດ້ຮັບຄວາມໄວ້ວາງໃຈຈາກຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານ ເຊິ່ງຊ່ວຍໃຫ້ການເຮັດວຽກເກີດຜົນສໍາເລັດ ແລະ ສ້າງຜົນງານໄດ້ຢ່າງມີປະສິດທິພາບອີກດ້ວຍ. ດັ່ງນັ້ນ, ບໍລິສັດພວກເຮົາຈຶ່ງເປັນທີ່ຍອມຮັບຈາກກະຊວງແຮງງານ ແລະ ສະຫວັດດີການສັງຄົມ.

ປະສິດທິພາບຂອງບໍລິສັດ
ບໍລິສັດພວກເຮົາມີພະນັກງານທີ່ໄດ້ຜ່ານການຝຶກອົບຮົມ ແລະ ມີປະສົບການໃນການເຮັດວຽກເປັນຢ່າງດີ ເຊິ່ງສາມາດເວົ້າພາສາຍີ່ປຸ່ນ, ພາສາຈີນ, ພາສາອັງກິດ ແລະ ພາສາໄທ ເພື່ອສາມາດຕິດຕໍ່ປະສານງານ, ໃຫ້ຄໍາປຶກສາແກ່ແຮງງານ ແລະ ນາຍຈ້າງທີ່ຢູ່ຕ່າງປະເທດໄດ້. ນອກຈາກນີ້, ພວກເຮົາກໍຍັງມີສູນຝຶກອົບຮົມພັດທະນາສີມືແຮງງານ ແລະ ຫລັກສູດພາສາຍີ່ປຸ່ນເພື່ອສົ່ງແຮງງານໄປເຮັດວຽກໃນປະເທດຍີ່ປຸ່ນ. ປັດຈຸບັນນີ້, ບໍລິສັດພວກເຮົາໄດ້ຈັດສົ່ງແຮງງານລາວໄປເຮັດວຽກຢູ່ຕ່າງປະເທດໃນຂະແໜງການອຸດສະຫະກໍາ, ການກໍ່ສ້າງ, ກະສິກໍາ, ໂຮງໝໍ, ໂຮງງານ, ຮ້ານອາຫານ ແລະ ອື່ນໆ.
ໃບອະນຸຍາດຕ່າງໆ
ໄດ້ຮັບອະນຸຍາດຈາກກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໃບອະນຸຍາດເລກທີ 0567/ຮສສ